ການຮ່ວມມືທາງພາກລັດ
- ລັດວິສາຫະກິດນ້ຳປະປານະຄອນຫຼວງເປັນທຸລະກິດຂອງລັດ 100% ໃນການບໍລິຫານວຽກງານຕ້ອງຢູ່ພາຍໃຕ້ການຊີ້ນຳ ຂອງອົງການທີ່ກ່ຽວຂ້ອງ ໂດຍສະເພາະແມ່ນນະຄອນຫຼວງວຽງຈັນ, ກະຊວງໂຍທາທິການ ແລະ ຂົນສົ່ງ. ການລົງທືນ ເຂົ້າໃນວຽກງານການກໍ່ສ້າງ, ການຂະຫຍາຍຕາໜ່າງນ້ຳປະປາ ຈະແມ່ນທືນຊ່ວຍເຫຼືອລ້າ ຫຼື ທືນກູ້ຢືມຈາກພາຍໃນ ແລະ ຕ່າງປະເທດຈະຕ້ອງຜ່ານການເຫັນດີ ແລະ ອະນຸມັດຈາກຂັ້ນ ເທີງທກຸຢ່າງ. ໃນແງ່ຂອງການດຳເນີນທຸລະກິດນ້ຳປະປາ ນະຄອນຫຼວງຈະຕ້ອງທົດແທນຕົ້ນທີ່ລັດໄດ້ລົງທືນໃຫ້ ຫຼື ທືນຊ່ວຍເຫຼືອ ຈາກຕ່າງປະເທດ ດ້ວຍດອກເບັ້ຍຕໍ່າ.
- ການປັບລາຄາຄ່ານ້ຳປະປາແຕ່ລະຄັ້ງຈະຕ້ອງຜ່ານການເຫັນດີ ແລະ ອະນຸມັດຈາກຂັ້ນເທີງເປັນຕົ້ນ: ນະຄອນຫຼວງວຽງຈັນ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຫ້ອງການສຳນັກງານນາຍົກລັດຖະມົນຕີ ຈື່ງສາມາດ ນຳໄປຈັດຕັ້ງປະຕິບັດໄດ້.
|