|
ການຊຳລະເງີນ
ການຈ່າຍເງິນຄ່ານ້ຳແມ່ນສາມາດຈ່າຍໄດ້ໂດຍກົງກັນທຸກສາຂາ (ເມືອງ) ທີ່ໝໍ້ແທກນ້ຳຂອງລູກຄ້າ ຕິດຕັ້ງຢູ່. ແຕ່ປະຈຸບັນ ເພື່ອ ຄວາມສະດວກ ແລະ ທົດສອບວິທີການຈ່າຍເງິນແບບໃໝ່, ທາງວິສາ ຫະກິດນ້ຳປະປາໄດ້ທົດລອງຈ່າຍ ໂດຍຜ່ານທະນາຄານ, ໄປສະນີ ແລະ ຈ່າຍໄດ້ຢູ່ຫ້ອງການໃຫ່ຍ ໂພນເຄັງແບບລະບົບເຊື່ອມຕໍ່ກັນ (online) ແຕ່ວິີດັ່ງກ່າວ ແມ່ນບໍ່ ອະນຸຍາດໃຫ້ລູກຄ້າ ຈ່າຍເງີນໂດຍກົງ ກັບພະນັກງານສົ່ງໃບບີນຄ່ານ້ຳ. ເພື່ອຫຼີກເວັ້ນການດັດແກ້ຄ່າຄ້າງຈ່າຍຂອງລູກຄ້າ ແລະ ການປອມແປງ ເອກະສານຕ່າງໆ ( ໃນປີ 2008 ທົດລອງຢູ່ສາຂາເມືອງສີສັດຕະນາກ). ຖ້າເຫັນວ່າມີປະສິດທິຜົນ ແມ່ນຈະນຳ ໃຊ້ໃຫ້ຄົບທຸກໆ ສາຂາໃນນ້ຳປະປານະຄອນຫຼວງ.
|