|
ອົງການຝຣັ່ງເສດເພື່ອການພັດທະນາ ( AFD )
ເລີ່ມແຕ່ປີ 2000 ເປັນຕົ້ນມາອົງການ AFD ໄດ້ໃຫ້ທືນຊ່ວຍເຫຼືອແກ່ນ້ຳປະປານະຄອນຫຼວງໃນການຂະຫຍາຍລະບົບທໍ່ ແລະ ກໍ່ສ້າງອ່າງເກັບນ້ຳຊື່ງປະກອບດ້ວຍ :
- ໂຄງການ AEP1 ມູນຄ່າ 6 ລ້ານເອີໂຣຂະຫຍາຍພ້ອມລະບົບເມືອງນາຊາຍທອງ ແລະ ກໍ່ສ້າງອ່າງເກັບນ້ຳໄຕ້ດິນ ແລະ ອ່າງເກັບນ້ຳເສຍ.
- ໂຄງການ AEP2 ມູນຄ່າ 5.5 ລ້ານເອີໂຣ ເພື່ອຂະຫຍາຍລະບົບທໍ່ຫຼາຍກ່າວ 112 Km ໃນບໍລິເວນຊານເມືອງພ້ອມປັບປຸງລະບົບພິມໃບບິນ ແລະ ໂຄງການຫຼຸດຜ່ອນນ້ຳສູນເສັຍ.
- ໂຄງການ AEP3 ມູນຄ່າ 13.8 ລ້ານເອີໂຣ,ຂັ້ນຕອນເຈລະຈາເພື່ອຂໍການຊ່ວຍເຫຼືອ ແລະ ກູ້ຢືມດ້ວຍດອກເບ້ຍຕໍ່າ ເພື່ອຂະຫຍາຍລະບົບທໍ່ເຂດຊານເມືອງ ແລະ ປ່ຽນຖ່າຍທໍ່ທີ່ເກົ່າຊຸດໂຊມ.
- ໂຄງການກໍ່ສ້າງສູນຝຶກວິຊາຊີບນ້ຳປະປາ CFME ດ້ວຍມູນຄ່າ 2.7 ລ້ານໂອໂຣ ສຳເລັດ 2007
- ປະຈຸບັນກຳລັງປະຕິບັດໂຄງການລຸດຜ່ອນນ້ຳສູນເສັຍ ແລະ ປັບປຸງລະບົບພິມໃບບີນ
- ກະກຽມໃຫ້ແກ່ໂຄງການປັບປຸງໂຄງສ້າງລັດວິສາຫະກິດນ້ຳປະປາ
- ແລະ ອື່ນໆ.

|