|
ຄວາມສ່ຽງ ແລະ ທ້າທາຍ
ຄວາມສ່ຽງໃນການບໍລິຫານວຽກງານນ້ຳປະປາ ເບັນຕົ້ນແມ່ນການຂາດແຄນນ້ຳເພື່ອສະໜອງໃຫ້ແກ່ປະ ຊາຊົນ, ຍ້ອນກຳລັງການ ຜະລິດໃນປະຈຸບັນແມ່ນເຕັມອັດຕາ ບາງເຂດລະບົບທໍ່ນ້ຳປະປາຍັງບໍ່ທັນໄປເຖີງ. ສາເຫດຍ້ອນວ່າຄວາມຕ້ອງການນ້ຳຂອງປະຊົນ ແມ່ນເພີ່ມຂື້ນຢ່າງວ່ອງໄວ, ສະພາບການບົກແຫ້ງຂອງແຫຼ່ງນ້ຳທີ່ນຳມາຜະລິດນ້ຳປະປາ, ການເພີ່ມຂື້ນຂອງປະຊາກອນ, ການຂະ ຫຍາຍຕົວທາງດ້ານອຸດສາຫະກຳ, ການເພີ່ມຂື້ນດ້ານທີ່ພັກໂຮງແຮມ ແລະ ຮ້ານອາຫານເພື່ອສະໜອງໃຫ້ແກ່ ອຸດສາຫະກຳທ່ອງ ທ່ຽວ. ສ່ວນການ ແກ້ໄຂເພື່ອຂະຫຍາຍໂຮງງານຜະລິດນ້ຳ ແລະ ລະບົບສາຍທໍ່ແມ່ນຈຳເປັນຕ້ອງນຳໃຊ້ ກ້ອນທືນອັນມະຫາສານ ຊື່ງທາງລັດວິສາຫະກິດນ້ຳປະປາຍັງຂາດທືນຮອນ ແລະຍັງເປັນບັນຫາຕົ້ນຕໍ, ທັງເປັນຄວາມສ່ຽງໃຫ້ແກ່ລັດວິສາຫະກິດນ້ຳປະປາ.
|