ໂຮງງານຜະລິດ
- ຂັ້ນຕອນການຜະລິດຢູ່ໄຮງງານເກົ້າລ້ຽວ ແລະ ຈີ້ນາຍໂມ້ເປັນລະບົບການຜະລິດແບບຕອງໄວ, ແຫຼ່ງນ້ຳທີ່ໃຊ້ໃນ ການຜະລິດແມ່ນ້ຳຂອງ ຂັ້ນຕອນການຜະລິດປະກອບດ້ວຍ: ສະຖານີສູບນ້ຳ > ບ່ອນປະສົມເຄມີ > ອ່າງກວນຊ້າ > ອ່າງຕົກຕະກອນ > ອ່າງລີ່ > ອ່າງຕອງຊາຍໄວ > ອ່າງເກັບນ້ຳໃຕ້ດິນ (ປະສົມຢາຂ້າເຊື້ອຄຣໍລິນ) > ສະຖານີໂປມສົ່ງນໍ້າເຂົ້າເມືອງ.
- ໂຮງງານຜະລິດນ້ຳທ່າເດືອ ເປັນລະບົບການຜະລິດທີ່ນຳໃຊ້ນ້ຳບາດານ ແລະ ລະບົບການຜະລິດ ນຳໃຊ້ລະບົບແບບຖັງ ຜະລິດສຳເລັດຮູບ.
- ໂຮງງານຜະລິດນ້ຳທ່າງ່ອນເປັນລະບົບຜະລິດແບບປະສົມປະສານແບບຕ້ອງຊ້າ ແລະ ແບບຕອງໄວຍ້ອນເປັນໂຮງງານ ຂະໜາດນ້ອຍ ແລະ ຂາດທືນຮອນໃນການກໍ່ສ້າງ ແລະ ປັບປຸງ.
|