01/05/2021
ລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ ໄດ້ຈັດຂະບວນການສັກວັກຊິນກັນພະຍາດໂຄວິດ-19 ຂຶ້ນໃນວັນທີ 01 ພຶດສະພາ 2021 ທີ່ສຳນັກງານໃຫຍ່ໂພນເຄັງ ລັດວິສາຫະກິດນໍ້າປະປານະຄອນຫຼວງວຽງຈັນ ຊຶ່ງຈະມີຄະນະບໍລິຫານງານ, ອ້າຍນ້ອງພະນັກງານ, ພະນັກງານບໍານານ ແລະ ຄອບຄົວພະນັກງານ ຫຼື ຜູ້ທີ່ສະໝັກໃຈເຂົ້າຮ່ວມສັກວັກຊິນກັນພະຍາດໂຄວິດ-19 ໃນການສັກວັກຊິນຄັ້ງນີ້ແມ່ນນໍາໃຊ້ວັກຊິນຊີໂນຟາມ Sinopharm ແລະ AstraZeneca ຊຶ່ງມີຈຳນວນຜູ້ເຂົ້າຮ່ວມຊັກວັກຊີນຄັ້ງນີ້ 309 ຄົນ ໃນນັ້ນມີ ພາຍໃນ ນປນຄ 184 ແລະ ພາຍນອກ 125 ຄົນ
ກັບຄືນ