07/06/2022
ກອງປະຊຸມທົ່ວປະເທດ ກ່ຽວກັບ ການຄຸ້ມຄອງຂໍ້ມູນ ໄດ້ຈັດຂຶ້ນໃນວັນທີ 7 ມິຖຸນາ 2022 ທີ່ຜ່ານມາ. ໃນກອງປະຊຸມດັ່ງກ່າວ, ກົມນໍ້າປະປາ ໄດ້ໃຫ້ການອະທິບາຍກ່ຽວກັບ ການປັບປຸງບົດແນະນຳວຽກນໍ້າປະປາ, ສະມາຊິກ SC1 ຈາກລັດວິສາຫະກິດນໍ້າປະປາຕົວແບບ ກໍ່ໄດ້ອະທິບາຍກ່ຽວກັບ ວິທີການຄິດໄລ່ 23 ຕົວຊີ້ວັດ ແລະ ປຶ້ມຄູ່ມືການຄຸ້ມຄອງຂໍ້ມູນ. --- ສະເໜີໃຫ້ແຕ່ລະລັດວິສາຫະກິດນໍ້າປະປາສົ່ງຂໍ້ມູນໃຫ້ --- ໃນໂຄງການ MaWaSU2, ສະມາຊິກ SC1 ເປັນຫລັກໃນຄິດໄລ່ຕົວຊີ້ວັດ ອີງຕາມ ບົດແນະນຳວຽກນໍ້າປະປາ ລວມເຖິງດໍາເນີນການສ້າງບົດລາຍງານປະຈໍາປີຂອງແຕ່ລະລັດວິສາຫະກິດນໍ້າປະປາ. ເຊິ່ງມີຈຸດປະສົງຈະນຳໃຊ້ສິ່ງເຫຼົ່ານັ້ນເຂົ້າໃນການປັງປຸງຄວາມຖືກຕ້ອງຂອງຂໍ້ມູນ, ວິເຄາະການດຳເນີນທຸລະກິດນໍ້າປະປາ ເພື່ອປັບປຸງຍົກລະດັບ ໃນອະນາຄົດ
ກັບຄືນ