30/01/2020
ໃນຕອນເຊົ້າເວລາ 8:30 ໂມງ ຂອງວັນທີ່ 30/01/2020 , ຢູ່ຫ້ອງປະຊຸມຊັ້ນ 5 ຂອງລັດວິສາຫະກິດ ນ້ຳປະປານະຄອນຫຼວງໄດ້ມີການຈັດກອງປະຊຸມທາບທາມບຸກຄະລາກອນ ປັບຕຳແໜ່ງ ຜອ ພະແນກ ແລະ ພາກສ່ວນ. ເຊິ່ງກອງປະຊຸມມີທ່ານ ຄຳເຜີຍ ວົງສາຄຳຜຸຍ ຜູ້ອຳນວຍການ ລັດວິສາຫະກິດ ນ້ຳປະປານະຄອນຫຼວງ ແລະ ທ່ານ ນາງ ດຳດວນ ຈັນທະວົງ ຮອງຫົວໜ້າຈັດຕັ້ງນະຄອນຫຼວງ ເປັນປະທານ. ໂດຍມີບັນດາພະນັກງານຂອງລັດວິສາຫະກິດ ນ້ຳປະປານະຄອນຫຼວງ ແລະ ບັນດາຕ່າງໜ້າຈາກອົງການພັກ - ລັດເຂົ້າຮ່ວມ.
ກັບຄືນ