ວິໄສທັດ ຮອດປີ 2030
- ດ້ານການຈັດຕັ້ງ ແລະ ບຸກຄະລາກອນ
- ພະນັກງານຈະເພີ່ມຂື້ນປະມານ 950-1000 ຄົນ, ປີ 2030 ໃນນີ້ ຈະເລັ່ງໃສ່ພະນັກງານຂົງເຂດເຕັກນິກ: ວິສະວະກໍາ, ສິ່ງແວດລ້ອມ, ໄຟຟ້າ, ໂປມນໍ້າ ແລະ ຂະແໜງ IT ສ່ວນຂະແໜງການເງິນ, ບັນຊີ ຈະກວມເປີເຊັນສ່ວນນ້ອຍ.
- ເພີ່ມກຳລັງການຜະລິດ 600,000 ມ3/ມື້
ເພື່ອຕອບສະໜອງໃຫ້ແກ່ການບໍລິການນໍ້າປະປາ ກວມເອົາ 100% ໃນເຂດພື້ນທີ່ບໍລິການຕ້ອງເພີ່ມກໍາລັງການຜະລິດ.
- ແຜນກໍ່ສ້າງໂຮງງານຜະລິດນໍ້າຫຼາຍກວ່າ 100,000 ມ3/ມື້ (ຄາດຄະເນບ່ອນຈະກໍ່ສ້າງໂຮງງານແມ່ນບໍລິເວນວິທະຍາໄລກະເສດນາບົງ) ເພື່ອສະໜອງນໍ້າໃຫ້ເຂດນິຄົມອຸດສາຫະກຳ, ເຂດເສດຖະກິດສະເພາະ ແລະ ບໍລິເວນໃກ້ຄຽງ ຍັງບໍ່ສາມາດປະເມີນມູນຄ່າການລົງທຶນໄດ້ ມີແຜນຊອກຫາທີ່ດິນ ແລະ ສິ່ງອຳນວຍອື່ນໆ ຄາດຄະເນໃນຊ່ວງປີ 2026-2030.
- ແຜນຂະຍາຍໂຮງງານຜະລິດນໍ້າດົງໝາກຄາຍ III ອີງຕາມເນື້ອທີ່ດິນທີ່ຍັງເຫຼືອຈາກໂຄງການ II ບໍລິມາດນໍ້າຈະເພີ່ມໄດ້ປະມານ 60,000 - 80,000 ມ3/ມື້ ເອົແຫຼ່ງນໍ້າດິບ ຈາກນໍ້າງື່ມທາງດ້ານເໜືອໂຮງງານ ດົງບັງ.
- ຂະຍາຍໂຮງງານນໍ້າປະປາແສນດິນ III ມ3/ມື້ ບໍລິມາດ 20,000 – 40,000 ມ3/ມື້.
- ຂະຫຍາຍໂຮງງານນໍ້າປະປາທ່າເດື່ອ III ມ3/ມື້ (ຫາດຊາຍຟອງ) ບໍລິມາດ 20,000-40,000ມ3/ມື້
- ຂະຫຍາຍລະບົບທໍ່
- ຂະຫຍາຍລະບົບທໍ່ສູ່ເຂດຊານເມືອງໃຫ້ສຳເລັດໂດຍພື້ນຖານ ແລະ ປະຊາຊົນໄດ້ຊົມໃຊ້ນໍ້າກວມ 100%
- ການຫຼຸດຜ່ອນນໍ້າສູນເສຍ
- ເປີເຊັນນໍ້າສູນເສຍໃຫ້ຢູ່ລະຫວ່າງ 10 -15 %
- ການຄຸ້ມຄອງລະບົບບັນຊີການເງິນ
- ໃຫ້ສາມາດຈ່າຍເງິນຄ່ານໍ້າຜ່ານລະບົບທີ່ທັນສະໄຫມ ແລະ ກວດສອບໄດ້.