ສະແດງ 1 - 8 ຂອງ 8
ໂຄງການກໍ່ສ້າງໂຮງງານຜະລິດນໍ້າປະປາຂະຫຍາຍໂຮງງານຜະລິດນ້ຳປະປາດົງບັງໄລຍະ2 ຈາກທຶນກູ້ຢືມຂອງຮົງກາລີ
ໂຄງການກໍ່ສ້າງໂຮງງານຜະລິດນໍ້າປະປາຂະຫຍາຍໂຮງງານຜະລິດນ້ຳປະປາດົງບັງໄລຍະ2 ດ້ວຍເງີນກູ້ຢືມບໍ່ມີດອກເບ້ຍຈາກປະເທດຮັງກາຣີ ຈຳນວນເງີນ 12.760.576$ ກຳລັງການຜະລິດ 24.000ແມັດກ້ອນ/ວັນ ໄລຍະເວລາກໍ່ສ້າງ 2ປີ ແຕ່ປີ 2019-2021 ຊື່ງໄດ້ເລີ້ມເປີດໂຄງການໃນວັນທີ 12 ກຸມພາ 2020
ອ່ານເພີ່ມເຕີມ
ໂຄງການຮ່ວມມືກັບ Hue Waco ປະເທດຫວຽດນາມ.
ໂຄງການຮ່ວມມື ລະຫວ່າງ ລັດວິສາຫະກິດນ້ຳປະປາ ນະຄອນຫຼວງ ແລະ ບໍລິສັດ Huewaco ສສ.ຫວຽດນາມ, ເປັນໂຄງການຮ່ວມມືຊ່ວຍເຫຼືອທາງດ້ານວິຊາການກ່ຽວກັບ: ວຽກງານການຄ້າ, ຄຸ້ມຄອງໂຮງງານຜະລິດນ້ຳປະປາ ແລະ ການວິໄຈຄຸນນະພາບນ້ຳ.
ອ່ານເພີ່ມເຕີມ
ໂຄງການ ODA ຈິນາຍໂມ້.
ໂຄງການຂະຫຍາຍກຳລັງການຜະລິດໂຮງງານຜະລິດນ້ຳປະປາຈິນາຍໂມ້ ແລະ ຂະຫຍາຍລະບົບທໍ່ສົ່ງ, ທືນກູ້ຢືມມູນຄ່າ 10,271,000,000 ເຢັນ.
ອ່ານເພີ່ມເຕີມ
ໂຄງການຮ່ວມມືກັບນ້ຳປະປາ ແຂວງ ໄຊຕະມາ
ໄດ້ຜ່ານບົດສະຫລຸບ ບົດບັນທືກຄວາມເຂົ້າໃຈ ແລະ ເຊັນສັນຍາການຮ່ວມມື ສະບັບໃໝ່ ລະຫວ່າງ ນ້ຳປະປາແຂວງ ໄຊຕະມະ ແລະ ລັດວິສາຫະກິດນ້ຳປະປາ ຂອງປະເທດລາວ ໂດຍເປັນໂຕແທນໂດຍ ທ່ານ ຄຳເຜີຍ ວົງສາຄຳຜຸຍ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດນ້ຳປະປາ ນະຄອນຫລວງ.
ອ່ານເພີ່ມເຕີມ
ໂຄງການຊານເມືອງ
ວຽກໂຄງການກູ້ຢືມທຶນນຳບໍລິສັດ ນໍຣີງໂກ ຈຳນວນ : 100,000,000 ໂດລາ ເຊີ່ງໂຄງການດັ່ງກ່າວແມ່ນມີໄລຍະຈັດຕັ້ງປະຕິບັດ 21 ເດືອນ ເຊີ່ງປະກອບມີ 2 ໜ້າວຽກຫຼັກຄື:
- Water Pipe System Extension Project of Sandin Water Treatment Plant.
- Replacing Old Pipes For Nampapa Nakhoneluang.
ໂຄງການພັດທະນາ ຄວາມອາດສາມາດ ດ້ານການຄຸ້ມຄອງ ໃຫ້ແກ່ຂະແໜງ ນ້ຳປະປາ MaWaSU Project. (JICA)
ໂຄງການດັ່ງກ່າວແມ່ນ ໂຄງການຕົວແບບທີ່ຊ່ວຍເຫຼືອທາງດ້ານວິຊາການ ແລະ ອຸປະກອນຈຳນວນໜື່ງ ເພື່ອສ້າງຄວາມເຂັ້ມແຂງໃຫ້ລັດວິສາຫະກິດ ນ້ຳປະປາໃນລາວ ໂດຍສະເພາະແມ່ນໄດ້ສ້າງ 3 ລັດວິສາຫະກິດຕົວແບບຄື: ລັດວິສາຫະກິດນ້ຳປະປາ ນະຄອນຫຼວງ, ລັດວິສາຫະກິດນ້ຳປະປາ ແຂວງ ຫຼວງພະບາງ ແລະ ລັດວິສາຫະກິດນ້ຳປະປາ ແຂວງ ຄຳມ່ວນ, ພະແນກ ຍທຂ 3 ແຂວງ ແລະ ຄູ່ຮ່ວມງານຈາກກະຊວງ ໂຍທາທິການ-ຂົນສົ່ງ
ອ່ານເພີ່ມເຕີມ
ໂຄງການປ່ຽນຖ່າຍລະບົບສາຍທໍ່ເກົ່າ ແລະ ຂະຫຍາຍທໍ່ນ້ຳປະປາເຂດ 4 ຕົວເມືອງໃນ
ໂຄງການປ່ຽນຖ່າຍລະບົບສາຍທໍ່ເກົ່າ ແລະ ຂະຫຍາຍທໍ່ນ້ຳປະປາເຂດ 4 ຕົວເມືອງໃນປະກອບມີ: ເມືອງ ຈັນທະບູລີ, ເມືອງ ໄຊເສດຖາ, ເມືອງ ສີສັດຕະນາກ ແລະ ເມືອງ ສີໂຄດຕະບອງ ເຊີ່ງໂຄງການດັ່ງກ່າວມີຈຸດປະສົງ ແມ່ນເພື່ອຫຼຸດຜ່ອນລະດັບນ້ຳສູນເສຍທີ່ສູງ ເພື່ອບັນລຸໃຫ້ມີນ້ຳສູນເສຍຢູ່ໃນລະດັບ 18% ຫຼື ຕ່ຳກວ່າ ແລະ ເພີ່ມແຮງດັນໃນການບໍລິການນ້ຳປະປາໃຫ້ພຽງພໍ.
ອ່ານເພີ່ມເຕີມ