ສະແດງ 1 - 8 ຂອງ 13
ຂັ້ນຕອນການຜະລິດນໍ້າ (ໂດຍລວມ)
ແຫຼ່ງນ້ຳທີ່ເອົາມາຜະລິດແມ່ນ ນ້ຳຂອງ, ນໍ້າງື່ມ ຊຶ່ງລະດູຝົນຄວາມຂຸ່ນຈະສູງເຖິງ 500 -1500 NTU ຫຼື ບາງປີ ຄວາມຂຸ່ນ ອາດສູງເຖິງ 3000 NTU ໃນຍາມແລ້ງຄວາມຂຸ່ນສະເລັ່ງແມ່ນ 5 - 100 NTU. ນ້ຳທີ່ບຳບັດແລ້ວຈະໃຫ້ຄວາມຂຸ່ນເຫຼືອພຽງ 3 - 5 NTU. CL2 ທີ່ຕົກຄ້າງປາຍທາງໃຫ້ ຍັງເຫຼຶອປະມານ 0.1 – 0.2 mg / L. ໂຮງງານຜະລິດນ້ຳປະປາຈິ່ນາຍໂມ້ສາມາດວິໃຈ ທາດທັງໝົດໄດ້ປະມານ 36 parameters. ມາດຕະຖານນ້ຳທີ່ຜະລິດອອກຈາກໂຮງງານແມ່ນຮັບປະກັນ ແລະ ຖືກຕ້ອງຕາມການອະນຸຍາດ ຂອງ ກົມ ອາຫານ ແລະ ຢາ ແລະ ບາງທາດແມ່ນໄດ້ຕາມມາດຕະຖານຂອງ WHO. ນອກນັ້ນ ທາງຫ້ອງວິໄຈນ້ຳຂອງພວກເຮົາຍັງໄດ້ຕິດຕາມ ແລະ ກວດກາຄືນ ໃນ 4 ໂຮງງານຕົວເມືອງຄື: ໂຮງງານນໍ້າປະປາ ຈີ່ນາຍໂມ້, ໂຮງງານນໍ້າປະປາ ເກົ້າລ້ຽວ, ໂຮງງານນໍ້າປະປາ ດົງໝາກຄາຍ, ໂຮງງານນໍ້າປະປາ ດົງບັງ ເຊິ່ງຈະລວມທັງໝົດແມ່ນ 98 ຈຸດ ໂດຍອີງຕາມແແຜນນ້ຳປະປາປອດໄພ.
ອ່ານເພີ່ມເຕີມ
ຂັ້ນຕອນການຜະລິດນໍ້າ (1) ໂປມດູດນໍ້າເຂົ້າ
ເຊິ່ງຂັ້ນຕອນການຜະລິດນໍ້າເລີ້ມທຳອິດ ແມ່ນໂປມດູດນໍ້າຂອງໂຮງງານຜະລິດນໍ້າຈະດູດນໍ້າ ຈາກແຫລ່ງນໍ້າທີ່ເຮົານໍາມາຜະລິດ ເຊິ່ງແຫລ່ງນໍ້າທີ່ເຮົານຳມາຜະລິດ ຈະມີແມ່ນໍ້າຂອງ ແລະ ນໍ້າງື່ມເປັນແຫລ່ງນໍ້າຫລັກທີ່ມາຜະລິດເປັນນໍ້າປະປາ
ອ່ານເພີ່ມເຕີມ
ຂັ້ນຕອນການຜະລິດນໍ້າ (2) ອ່າງປະສົມສານເຄມີ
− ຫລັງຈາກດູດນໍ້າດິບເຂົ້າມາຫາອ່າງເກັບນໍ້າດິບແລ້ວ ຂັ້ນຕອນຕໍ່ໄປກໍ່ປ່ອຍນໍ້າດິບເຂົ້າສູ່ອ່າງປະສົມສານເຄມີ ຫຼື ອ່າງກວນໄວ ເພື່ອໃຫ້ສານເຄມີ ດັ່ງກ່າວສ້າງປະຕິກິລິຍາຈັບຕະກອນໃຫ້ເປັນກ້ອນ ແລະ ທຳລາຍເຊື້ອພະຍາດທີ່ມານຳນໍ້າ ແລະ ຈະຊ່ວຍໃຫ້ນ້ຳປະສົມກັບສານເຄມີໄດ້ດີຂື້ນເຊິ່ງເປັນການປະສົມລະຫວ່າງນ້ຳດິບ ແລະ ສານ PAC ( poly Aluminum chloride)
ຂັ້ນຕອນການຜະລິດນໍ້າ (3) ອ່າງສ້າງຕະກອນ ຫຼື ອ່າງກວນຊ້າເພື່ອສ້າງຕະກອນ
− ອ່າງສ້າງຕະກອນ ເປັນອ່າງກວນຊ້າ ເພືອ່ໃຊ້ໄວ້ກັ່ນຕອງສານປົນເປື້ອນ ແລະ ຕະກອນທີ່ຈັບໂຕເປັນກ້ອນ ຫຼື ຕະກອນທີ່ຜ່ານອ່າງປະສົມສານເຄມີ ເພື່ອສ້າງຕະກອນຂຶ້ນ ແລະ ຈັບໂຕເປັນກ້ອນ ຫຼັງຈາກນັ້ນກໍ່ສົ່ງນໍ້າໄປຫາອ່າງຕົກຕະກອນ ຫຼື ເອີ້ນອີກແບບໜຶ່ງວ່າອ່າງພັກນໍ້າ ເຊິ່ງອ່າງຕົກຕະກອນເຮົາຈະແຍກເປັນ 02 ອ່າງຄືອ່າງຕົກຕະກອນ 01 ແລະ 02 ເພື່ອເພີ້ມປະສິດທິພາບໃນການກັ່ນຕອງໃຫ້ດີຍິ່ງຂຶ້ນ ເຊິ່ງສາມາດເບິ່ງລາຍລະອຽດໃນຫົວຂໍ້ຕໍ່ໄປ
ຂັ້ນຕອນການຜະລິດນໍ້າ (4) ອ່າງຕົກຕະກອນ1
ອ່າງຕົກຕະກອນ ເຮັດໜ້າທີ່ແຍກຕະກອນອອກຈາກນ້ຳດິບ ຕະກອນທີ່ມີຂະໜາດໃຫຍ່ຈະຕົກລົງສູ່ກົ້ນອ່າງ ໂດຍຕະກອນທີ່ຢູ່ກົ້ນອ່າງຈະຖືກລະບາຍ ແລະ ດູດອອກດ້ານຂ້າງອ່າງ ສ່ວນນ້ຳໃສຈະໄຫຼລົ້ນຮາງລີ່ເຂົ້າສູ່ອ່າງຕອງຕໍ່ໄປ.
ອ່ານເພີ່ມເຕີມ
ຂັ້ນຕອນການຜະລິດນໍ້າ (5) ອ່າງຕົກຕະກອນ2
ອ່າງຕົກຕະກອນ 02 ຫຼື ອ່າງພັກນໍ້າ 02 ເປັນອ່າງທີ່ເຮັດໜ້າທີ່ດຽວກັນກັັບ ອ່າງຕົກຕະກອນ 01 ຊຶ່ງທຳໜ້າທີ່ ກັ່ນຕອງສານປົນເປື້ອນ ແລະ ຕະກອນທີ່ຈັບໂຕເປັນກ້ອນ ຫຼື ຕະກອນທີ່ຜ່ານອ່າງປະສົມສານເຄມີ ເພື່ອສ້າງຕະກອນຂຶ້ນ ແລະ ຈັບໂຕເປັນກ້ອນ ໃຫ້ນອນໂຕລົງຢູ່ກົ້ນອ່າງ ເພື່ອແຍກນໍ້າໃສອອກຈາກຕະກອນທີ່ປົນເປື້ອນໄປດ້ວຍເຊື້ອພະຍາດ ເຊິ່ງເພີ້ມລະດັບການກັ່ນຕອງຂຶ້ນເປັນ 02 ເທົ່າ
ອ່ານເພີ່ມເຕີມ
ຂັ້ນຕອນການຜະລິດນໍ້າ (6) ອ່າງຕອງຊາຍ
ອ່າງຕອງຊາຍເຮັດໜ້າທີ່ກຳຈັດຕະກອນ ຫຼື ສິ່ງເປິເປື່ອນທີ່ມີຂະໜາດນ້ອຍທີ່ຫຼຸດມາຈາກອ່າງຕົກຕະກອນໂດຍຕອງດ້ວຍຊາຍ ແລະ ຫີນ ເພື່ອໃຫ້ໄດ້ນ້ຳທີ່ມີຄວາມສະອາດຢ່າງແທ້ຈິງ.
ຂັ້ນຕອນການຜະລິດນໍ້າ (7) ຖັງເກັບນ້ຳສູງສົ່ງນໍ້າເຂົ້າບ້ານ
− ສະຖານີສູບສົ່ງນໍ້າ ແມ່ນມີໜ້າທີ່ສູບສົ່ງນໍ້າປະປາທີ່ຜ່ານກຳມະວິທີ ການຜະລິດທີ່ຖືກຕ້ອງເທົ່ານັ້ນ ຈຶ່ງຈະສົ່ງເຂົ້າໄປຫາອ່າງທີ່ເກັບນໍ້າສະອາດພາຍໃນ ແຕ່ລະຈຸດຕາມເຂດເມືອງທີ່ໄດ້ກຳນົດໄວ້
ອ່ານເພີ່ມເຕີມ
- ໜ້າທໍາອິດ
- «
- 1
- 2
- »
- ໜ້າສຸດທ້າຍ