ຂໍ້ມູນຄ່ານໍ້າຂອງລູກຄ້າ
ກວດສອບເອົານ້ຳເຂົ້າບ້ານໃໝ່
ໂປຼແກຣມ ຂອງ ນໍ້າປະປານະຄອນຫຼວງ
ກ່ຽວກັບ ນປນຄ
ການບໍລິການ
ສູນຝຶກອົບຮົມ
ຕິດຕໍ່ສອບຖາມ
Latest Video
ຮູບພາບການເຄື່ອນໄຫວຕ່າງໆ
ສະຖິຕິຜູ້ເຂົ້າຊົມ
ໂຄງການຊານເມືອງ
ໂຄງການຊານເມືອງ

ວຽກໂຄງການກູ້ຢືມທຶນນຳບໍລິສັດ ນໍຣີງໂກ ຈຳນວນ : 100,000,000 ໂດລາ ເຊີ່ງໂຄງການດັ່ງກ່າວແມ່ນມີໄລຍະຈັດຕັ້ງປະຕິບັດ 21 ເດືອນ ເຊີ່ງປະກອບມີ 2 ໜ້າວຽກຫຼັກຄື:
-    Water Pipe System Extension Project of Sandin Water Treatment Plant.
-    Replacing Old Pipes For Nampapa Nakhoneluang.
ກ. ກໍ່ສ້າງວາງທໍ່ສົ່ງ ຂະໜາດ 300 ມມ – 700 ມມ ຄວາມຍາວ 63,197 ມ, ທໍ່ແຈກ ຂະໜາດ 100 ມມ - 250 ມມ ຄວາມຍາວ 196,626 ມ, ທໍ່ບໍລິການຂະໜາດ 63ມມ - 75ມມ ຄວາມຍາວ 270,476ມ, ອ່າງເກັບນ້ຳສູງ 1,500 ມ3 ທີ່ບ້ານສອງຂົວກາງແສນ, ອ່າງເກັບນ້ຳສູງ 1,000 ມ3 ທີ່ບ້ານນາງ່າ(ນ້ຳຊ່ວງ), ອ່າງເກັບນ້ຳສູງ 1,000 ມ3 ທີ່ບ້ານຈະເລີນໄຊ, ເຊີ່ງທັງໝົດນີ້ແມ່ນກຳລັງອອກແບບ ຕີລາຄາເປີເຊັນການອອກແບບຄິດໄລ່ ແຕ້ມແບບປະຕິບັດໄດ້ປະມານ 100% ມູນຄ່າປະມານ 50,470,994 ໂດລາ.
ຂ. ກໍ່ສ້າງວາງທໍ່ 4 ຕົວເມືອງໃນ: ປ່ຽນຖ່າຍທໍ່ສົ່ງດົງບັງຂະໜາດ 700 ມມ ຄວາມຍາວ 7,669 ມ, ວາງທໍ່ຂະ   ໜາດ 63 ມມ - 300 ມມ ຄວາມຍາວ 257,278 ມ ມູນຄ່າປະມານ 24,529,005 ໂດລາ. ຕີລາການອອກແບບ ແຕ້ມແບບຄິດໄລ່ສຳເລັດແລ້ວປະມານ 100%.
ຄ. ກໍ່ສ້າງລະບົບນ້ຳປະປາຂະໜາດນ້ອຍ : ກໍ່ສ້າງລະບົບນ້ຳປະປາ ບ້ານໝາກນາວ ເມືອງປາກງື່ມ ກຳລັງການຜະລິດ 1,500 ມ3/ມື້. ກໍ່ສ້າງລະບົບນໍ້າປະປາບ້ານໂຄກແຫ້ ເມືອງສັງທອງ ກໍາລັງການຜະລິດ 1,000 ມ3/ມື້. ເຊີ່ງໂຄງການດັ່ງກ່າວແມ່ນໄດ້ວາງສີລາລືກແລ້ວ ຄັ້ງວັນທີ 12 ຕຸລາ 2016 ທີ່ຜ່ານມາ ມີມູນຄ່າປະມານ 5,000,000 ໂດລາ.
ງ.    ລະບົບ SCADA ຈຸດລວມຢູ່ສຳນັກງານໃຫຍ່ນ້ຳປະປາໂພນເຄັງ ເຊື່ອມຕໍ່ກັບໂຮງງານການຜະລິດ ແລະ ສາຍທໍ່ຈຳນວນ 20 ຈຸດ ມູນຄ່າປະມານ 4,000,000 ໂດລາ.
ຈ.    ທົດລອງນຳໃຊ້ Smart Meter ປະມານ 3,000,000 ໂດລາ.
ສ. ກໍ່ສ້າງຫ້ອງການສາຂາ ນາຊາຍທອງ, ສາຂາ ໄຊທານີ ແລະ ໜື່ງຈຸດບໍລິການຢູ່ບ້ານຈັນສະຫວ່າງ (ໜອງແຕ່ງ).
ຊ.ຈັດສັນທີ່ດີນ ເພື່ອສ້າງໂຮງງານ ແລະ ອ່າງເກັບນ້ຳສູງລວມທັງໝົດ 5 ຕອນ ສຳເລັດ.
-    ວຽກກໍ່ສ້າງໂຮງງານຜະລິດນ້ຳປະປາແສນດີນ ເມືອງ ນາຊາຍທອງ ກຳລັງການຜະລິດໄລຍະທີ 1 ແມ່ນ 24,000 ມ3/ມື້, ປະຈຸບັນກໍາລັງກໍ່ສ້າງປະຕິບັດໄດ້ 50%.
-    ວຽກກໍ່ສ້າງຍົກຍ້າຍແຫຼ່ງນໍ້າຈາກນ້ຳຫ້ວຍຄຳ ປ່ຽນມາເອົານ້ຳຂອງບ້ານໂຄກເພີງ ຂະໜາດກຳລັງການຜະລິດ 1,000 ມ3/ມື້. ປະຈຸບັນກໍາລັງກໍ່ສ້າງປະຕິບັດໄດ້ 45%.
-    ວຽກກໍ່ສ້າງຍົກຍ້າຍແຫຼ່ງນ້ຳ ຈາກນ້ຳບາດານ ໂຮງງານແກ້ງໝໍ້-ສຳພັນນາ ປ່ຽນມາເອົານ້ຳຂອງທີ່ບ້ານແກ້ງໝໍ້ ຂະໜາດກຳລັງການຜະລິດ 1,000 ມ3/ມື້, ປະຈຸບັນກຳລັງກໍ່ສ້າງໄດ້ 10%.
                                      

ກັບຄືນ